04/06/2020
Tribute farewell to a legend, a mentor, to celebrate his life, his accomplishment, and his great contribution to Lao music. I had a pleasure of meeting and working with the legendary songwriter and music composer, Ajarn Khamla Norkeo, during once of a lifetime concert, Haeng Jai Silapin Lao Concert, in 2013 organized by Phon Phoummithone and International Lao New Year Festival committee. Ajarn Khamla Norkeo was living in Nashville, TN at that time. Here is what Ajarn Lhamla Norkeo provided as his bio in Lao,
ອາຈາຣ໌ຍ ຄຳຫລ້າໜໍ່ແກ້ວ ເກີດເມື່ອວັນທີ່ 4 ເດືອນ ກໍຣະກະດາ ປີ 1936 ທີ່ນະຄອນຫລວງວຽງຈັນທ໌ ເປັນລູກຊາຍຫລ້າຂອງຄອບຄົວທີ່ພໍ່ເປັນຄູ ແມ່ເປັນແມ່ເຮືອນ ຕາມທຳນຽມລາວເຮົາສມັຍນັ້ນ. ເປັນກຳພ້າພໍ່ຕັ້ງແຕ່ອາຍຸພຽງ 5 ປີ. ສຳຄັນພິເສຕແມ່ນ ພໍ່ເພິ່ນເປັນນັກດົນຕຣີລາວເດີມສມັກຫລິ້ນໂດຍເປັນມືລະນາດເອກ. ຄົງແມ່ນພັນທຸກັມໂດຍກຳເນີດຈຶ່ງສົນໃຈໃນດ້ານສິລປະການບັນເທິງມາແຕ່ເຍົາວັຍ.
ການສຶກສາລະດັບມັທຍົມປາຍ ໄດ້ເຕົ້າໂຮມໝູ່ພວກ 4-5 ຄົນ ຕັ້ງດົນຕຣີສມັຍຂຶ້ນ ໂດຍໃຊ້ເຄື່ອງເສບເອົາຕາມມີຕາມເກີດແລະຕັ້ງຊື່ຄະນະ “ໜຸ່ມສັງຄົມ” ພາຍໃຕ້ການຊີ້ແນະຂອງຊຸມອ້າຍແລະຜູ້ຫລັກຜູ້ໃຫຍ່ໃນຂົງເຂຕຕັ້ງແຕ່ປີ 1955. ການຊອກຮູ້ແລະຝຶກຝົນດຳເນີນມາເລື້ອຍໆຈົນສາມາຕຫລິ້ນດົນຕຣີ, ແຕ່ງແລະຮ້ອງເພງໄດ້. ການຕອບຮັບກໍ່ຢູ່ໃນລະດັບສູງຕລອດມາ.
ອາຈາຣ໌ຍ ຄຳຫລ້າ ໜໍ່ແກ້ວ ມີຜົລງານປະພັນເພງອອກມາຫລາຍນ້ອຍເພງ ແລະທັງໄດ້ສ້າງນັກສິລປິນທັງຍິງແລະຊາຍມາແລ້ວປະມານ 15 ທ່ານດ້ວຍກັນ. ມີຄົນເຄີຍຖາມອາຈາຣ໌ຍວ່າ “ຄິດຢາກຈະອຳລາວົງການນັກປະພັນຍາມໃດ?” ທ່ານໄດ້ຕອບວ່າ “ສັງຂາຣເທົ່ານັ້ນທີ່ຈະຍຸຕິເຮົາໄດ້”.
ເມື່ອຖືກຖາມວ່າ “ທ່ານຢາກຈະແນະນຳແລະບອກເຕືອນຄົນຫລຸ້ນຕໍ່ໄປໃນການສືບສານຄືແນວໃດ?”
ທ່ານຕອບວ່າ....
“ກະຣຸນາຢ່າປອມແປງ, ປ່ຽນແປງ, ລຶບລ້າງມ້າງເພ, ແລະຢ່າຖິ້ມປະຂອງດັ້ງເດີມ. ໃຫ້ຮັກສາເຄົ້າມູລອັນເກົ່າແກ່ໄວ້ບໍ່ໃຫ້ເສື່ອມສູນ. ເຄົ້າມູລນັ້ນແຫລ່ະແມ່ນແນວທາງຊີ້ບອກທິຕທາງແຫ່ງການສົ່ງເສີມແລະພັທນາ ເປັນມໍຣະດົກຕົກທອດຮອດຄົນຫລຸ້ນຕໍ່ໄປໃຫ້ເຫັນປະຫວັດສາຕຂອງຊາຕຢັ້ງຢືນນິຣັນດ໌ກາລ”
Thank you for all that you did for Lao music, artists, and musicians alike. Thank you for writing one of my favorite songs ‘Salic Jid’. You will surely be sorely missed. May your beautiful soul rest peacefully in paradise, Ajarn Khamla Norkeo 🙏❤️💐🎶
With much respect,
International Lao New Year Committee