23/06/2026
ແຂວງຄຳມ່ວນກຽມອົບພະຍົບເຂື່ອນໄຟຟ້າຊີແຕກ
ບໍລິສັດໄຟຟ້ານໍ້າເທີນ 2 ຈໍາກັດ ຮ່ວມກັບແຂວງຄໍາມ່ວນ ກຽມແຜນອົບພະຍົບສຸກເສີນຊົ່ວຄາວ ເຂດລຸ່ມເຂື່ອນດັດສົມ ເມືອງຍົມມະລາດ ແລະ ເມືອງມະຫາໄຊ
ອີງຕາມການວິເຄາະປະເມີນຄວາມສ່ຽງໄດ້ສະແດງໃຫ້ເຫັນວ່າຈະມີບ້ານທີ່ໄດ້ຮັບຄວາມສ່ຽງສູງ ຫາ ຕໍ່າ ລວມທັງໝົດມີ 26 ບ້ານ ກວມເອົາ 2 ເມືອງຄື :ເມືອງຍົມມະລາດ ແລະ ເມືອງມະຫາໄຊຈາກແຜນທີ່ຈໍາລອງເຂື່ອນແຕກ . ໃນນັ້ນ ເມືອງຍົມມະລາດປະກອບມີ 19 ບ້ານຄື : ບ້ານສ້າງແກ້ວ-ສ້າງກຸດ , ບ້ານທາດ , ບ້ານທ່າໂທດ , ບ້ານເລົ່ານ້ອຍ-ເລົ່າໃຫຍ່ , ບ້ານໄຟໄໝ້ , ບ້ານສີວິໄລ, ບ້ານຍົມມະລາດເໜືອ , ບ້ານຍົມມະລາດໃຕ້, ບ້ານແກ້ງເຫຼັກ, ບ້ານໜອງປີງ, ບ້ານບຸງເບົາ , ບ້ານຫ້ວຍເຢັນ , ບ້ານນາໂຊກ , ບ້ານທ່າພະ-ນາແວງ , ບ້ານນາກະຕັງ, ບ້ານໂພນແສດ , ບ້ານໄຮ່ ແລະ ບ້ານນາແດນ . ສໍາລັບເມືອງມະຫາໄຊປະກອບມີ 7 ບ້ານຄື : ບ້ານອີລານ , ບ້ານເວີນ, ບ້ານນາຮີ, ບ້ານນາກຽວ, ບ້ານດ້າງ , ບ້ານນາທານ ແລະ ບ້ານສົມສະໜຸກ .