16/09/2026
เมื่อต้นสัปดาห์ที่ผ่านมา ณ นครหลวงเวียงจันทน์ ยูร์ก เลาเบอร์ (Jürg Lauber) รองประธานคณะกรรมการกาชาดระหว่างประเทศ (ICRC) ได้เดินทางเข้าพบ ท่านคำลาวัน จันทะลาวัน ประธานองค์การกาแดงแห่งชาติลาว ที่สำนักงานใหญ่ขององค์การกาแดงแห่งชาติลาว เพื่อกระชับความร่วมมือด้านมนุษยธรรมในประเทศให้แน่นแฟ้นยิ่งขึ้น
ในการพูดคุยครั้งนี้ ทั้งสองฝ่ายได้ทบทวนความร่วมมือที่มีมาอย่างยาวนาน การดำเนินงานในภูมิภาคที่ผ่านมา รวมถึงหารือถึงแนวทางในการยกระดับความพร้อมเพื่อช่วยเหลือกลุ่มเปราะบางที่เผชิญกับสถานการณ์ฉุกเฉินรูปแบบต่าง ๆ เคียงข้างกับเครือข่ายในกลุ่มองค์กรกาชาดและเสี้ยววงเดือนแดง
เราขอชื่นชมองค์การกาแดงแห่งชาติลาวสำหรับภารกิจอันทรงคุณค่า และตั้งตารอที่จะเดินหน้าทำงานร่วมกันอย่างใกล้ชิดต่อไป เพื่อส่งมอบความช่วยเหลือให้ถึงมือผู้ที่ต้องการมากที่สุด 🤝
Earlier this week in Vientiane, Jürg Lauber, Vice President of the International Committee of the Red Cross (ICRC), met with Khamlavan Chanthalavanh, President of the Lao Red Cross, at the Lao Red Cross headquarters to further strengthen humanitarian cooperation in the country.
During the discussion, both sides reviewed our long-standing partnership, past regional operations, and ways to enhance preparedness to assist vulnerable communities facing various emergencies, alongside our partners within the Red Cross and Red Crescent Movement.
We commend the Lao Red Cross for their invaluable mission and look forward to continuing to work closely together to deliver assistance to those who need it most. 🤝
#ຄະນະກຳມະການກາແດງສາກົນ ສືບຕໍ່ຮ່ວມມືດ້ານມະນຸດສະທຳກັບອົງການກາແດງແຫ່ງຊາດ..............................................................
ທີ່ ນະຄອນຫຼວງວຽງຈັນ, ວັນທີ 14 ກັນຍາ 2026 ນີ້, ຢູ່ທີ່ ສຳນັກງານໃຫຍ່ອົງການກາແດງແຫ່ງຊາດລາວ, ທ່ານ ຄຳລາວັນ ຈັນທະລາວັນ, ກຳມະການສູນກາງພັກ, ປະທານອົງການກາແດງແຫ່ງຊາດລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ່າງເປັນທາງການຂອງ ຄະນະຜູ້ແທນຈາກ ຄະນະກຳມະການກາແດງສາກົນ (ICRC) ເພື່ອປຶກສາຫາລືການຮ່ວມມືດ້ານມະນຸດສະທຳ.
ຄະນະຜູ້ແທນ ICRC ທີ່ເຂົ້າຮ່ວມການພົບປະໃນຄັ້ງນີ້ ນຳໂດຍ ທ່ານ Jürg Lauber, ຮອງປະທານ ICRC ແລະ ທ່ານ Jürg Montani, ຫົວໜ້າຄະນະຜູ້ແທນ ICRC ປະຈໍາພາກພື້ນບາງກອກ.
ການພົບປະໄດ້ພ້ອມກັນແລກປ່ຽນຂໍ້ມູນ-ຂ່າວສານ ກ່ຽວກັບການພັດທະນາວຽກງານດ້ານຕ່າງໆ, ພ້ອມທັງສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານຂອງ ICRC ທັງຢູ່ພາຍໃນ ສປປ ລາວ ແລະ ໃນພາກພື້ນ. ນອກຈາກນີ້, ທັງສອງຝ່າຍຍັງໄດ້ຮ່ວມກັນກຳນົດທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການກະກຽມຄວາມພ້ອມຂອງ ຂະບວນການກາແດງ ແລະ ຊີກວົງເດືອນແດງ ເພື່ອຕອບສະໜອງ ແລະ ຮັບມືກັບສະຖານະການສຸກເສີນຕ່າງໆ ຢ່າງມີປະສິດທິພາບ.
ການພົບປະໃນຄັ້ງນີ້ ຖືເປັນກ້າວສຳຄັນໃນການເສີມສ້າງຄວາມເຂັ້ມແຂງ ໃຫ້ກັບວຽກງານມະນຸດສະທຳ ແລະ ຍົກລະດັບຂີດຄວາມສາມາດ ໃນການຊ່ວຍເຫຼືອສັງຄົມຂອງ ສປປ ລາວ ໃຫ້ມີຄວາມພ້ອມທັນກັບສະຖານະການ.
----------------------
ອັບເດດຂໍ້ມູນໃໝ່ໆກ່ຽວກັບ ອົງການກາແດງແຫ່ງຊາດລາວໄດ້ທີ່:
* Fanpage: https://www.facebook.com/LaoRedCrossSociety
* Website: https://www.laoredcross.org.la
* ໂທລະສັບ: +85621 216610, 250 000
* ລາຍການວິທະຍຸ: FM 103.7 Mhz, 9-10ໂມງ ທຸກວັນອາທິດ. See less See less See less See less See less See less See less See less See less See less See less See less See less See less See less See less See less See less See less See less See less See less See less See less See less See less See less See less See less See less