23/09/2026
(ອ່ານພາສາລາວດ້ານລຸ່ມ)
📈 Women-owned small and medium-sized businesses are the backbone of Lao PDR's economy. But many of them lack the technical skills needed to grow, compete, and reach regional value chains.
The Inclusive Value Chains "Growing Your Business" methodology is changing that!
In partnership with Department of Micro, Small and Medium Enterprise Promotion, Ministry of Industry and Commerce and Lao National Chamber of Commerce, we are training business advisors to guide women-owned MSMEs, including those led by or working with women with disabilities, ethnic minorities, LGBTQI+ people and rural women on how to improve their business operation helping them:
💪🏼 Build stronger, more resilient businesses
📈 Boost production quality to compete regionally
🫱🏼🫲🏻 Break into new markets and value chains
By supporting women’s economic empowerment locally and fostering inclusive procurement practices, we are helping build stronger economies for Lao PDR and the Mekong subregion!
This initiative is part of , a programme funded by the Australian Government through the and implemented by UNDP Lao PDR and UN Women Asia and the Pacific.
📈 ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSME) ທີ່ມີແມ່ຍິງເປັນເຈົ້າຂອງ ແມ່ນເສົາຫຼັກສຳຄັນຂອງເສດຖະກິດ ໃນ ສປປ ລາວ. ແຕ່ເຖິງຢ່າງໃດກໍຕາມ ທຸລະກິດຫຼາຍໆຫົວໜ່ວຍຍັງຂາດທັກສະດ້ານເຕັກນິກທີ່ຈຳເປັນໃນການຂະຫຍາຍຕົວ, ການແຂ່ງຂັນ ແລະ ການເຂົ້າເຖິງຕ່ອງໂສ້ມູນຄ່າເພີ່ມໃນລະດັບພາກພື້ນ.
ເຊິ່ງ ຫຼັກສູດ “Growing Your Business (GYB)” ພາຍໃຕ້ໂຄງການສົ່ງເສີມຕ່ອງໂສ້ມູນຄ່າເພີ່ມແບບມີສ່ວນຮ່ວມ (Inclusive Value Chains) ຈະເຂົ້າມາມີບົດບາດສຳຄັນໃນການແກ້ໄຂບັນຫານີ້!
ໂດຍການຮ່ວມມືກັບກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພວກເຮົາກຳລັງຝຶກອົບຮົມທີ່ປຶກສາທຸລະກິດ (Business Advisors) ເພື່ອໃຫ້ເຂົ້າມາຊ່ວຍແນະນຳ ແລະ ຍົກລະດັບການດຳເນີນງານ ຂອງ MSME ທີ່ມີແມ່ຍິງເປັນເຈົ້າຂອງ ເຊິ່ງລວມເຖິງທຸລະກິດທີ່ມີ ແມ່ຍິງພິການ, ແມ່ຍິງບັນດາກຸ່ມຊົນເຜົ່າ, ກຸ່ມ LGBTQI+ ແລະ ແມ່ຍິງໃນເຂດຊົນນະບົດ
ໂດຍມຸ່ງເນັ້ນຊ່ວຍເຫຼືອພວກເຂົາໃນດ້ານຕ່າງໆ ດັ່ງນີ້:
💪🏼 ສ້າງທຸລະກິດທີ່ເຂັ້ມແຂງ ແລະ ພ້ອມຮັບມືກັບທຸກຄວາມທ້າທາຍ
📈 ຍົກລະດັບຄຸນນະພາບການຜະລິດ ເພື່ອເພີ່ມຂີດຄວາມສາມາດໃນການແຂ່ງຂັນໃນລະດັບພາກພື້ນ
🫱🏼🫲🏻 ຂະຫຍາຍໂອກາດເຂົ້າສູ່ຕະຫຼາດ ແລະ
ຕ່ອງໂສ້ມູນຄ່າເພີ່ມໃໝ່ໆ
ການສົ່ງເສີມຄວາມອາດສາມາດທາງດ້ານເສດຖະກິດຂອງແມ່ຍິງໃນທ້ອງຖິ່ນ ຄວບຄູ່ໄປກັບການຊຸກຍູ້ການຈັດຊື້-ຈັດຈ້າງແບບມີສ່ວນຮ່ວມ ທີ່ເປີດກວ້າງສຳລັບທຸກຄົນ (Inclusive Procurement), ພວກເຮົາກຳລັງຮ່ວມກັນສ້າງຮາກຖານເສດຖະກິດທີ່ເຂັ້ມແຂງ ໃຫ້ກັບ ສປປ ລາວ ແລະ ເຂດພາກພື້ນລຸ່ມແມ່ນໍ້າຂອງ!
ℹ️ ໂຄງການນີ້ແມ່ນສ່ວນໜຶ່ງຂອງ , ແຜນງານທີ່ໄດ້ຮັບທຶນສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານ ແລະ ຈັດຕັ້ງປະຕິບັດໂດຍ ອົງການ UNDP ປະຈຳ ສປປ ລາວ ແລະ UN Women Asia and the Pacific.
Australian Government Department of Foreign Affairs and Trade | Australia in Laos | Ministry of Industry and Commerce Lao PDR | ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ | United Nations Development Programme - UNDP