Nim’s Narrative

  • Home
  • Nim’s Narrative

Nim’s Narrative Contact information, map and directions, contact form, opening hours, services, ratings, photos, videos and announcements from Nim’s Narrative, องค์กรเยาวชน, .

The aim to create this page is to provide a platform for youth empowerment, to make their voices heard, share their viewpoints and grasp opportunities for self-improvement and also to simply share more about Nim ❤️

14/06/2026

Recap week 5!!!!!!

08/06/2026

Learning to love life again, bit by bit ❤️

05/06/2026

Week 4 recap ❤️

ອາທິດນີ້ຂໍບໍ່ເວົ້າປະກອບ 😂, ໂຟກັສກັບການ Heal ໃຈ…

ຫນຶ່ງໃນວິທີທີ່ແກ້ຄຽດໄດ້ດີ ກະຄືການອອກກຳລັງກາຍ. ອາທິດນີ້ຄົ້ນພົບຄວາມສາມາດໃຫມ່ (ຄວາມຮັກໃຫມ່) ກະຄືການເຕັ້ນແອໂຣບິກ 555555.

ເຖິງໃຜທີ່ກຳລັງຢູ່ໃນຊ່ວງປ່ຽນຜ່ານຄືນິ້ມ, ເລີ່ມມື້ລະຫນ້ອຍ, ຮຽນຮັກໂຕເອງ, ແລ້ວທຸກຢ່າງຈະດີຂຶ້ນ (ນິ້ມກະຫວັງວ່າແນວນັ້ນ) 🌊❤️.

ປ.ລ. ຍັງເຮັດວຽກຢູ່ເດີ ບໍ່ໄດ້ທ່ຽວຢ່າງດຽວ 😂

04/06/2026

ພິກັດພັກໃຈ ❤️ ໃນອາຍຸດທະຍາ

📌Pannana Cafe
📌Wat Chaiwatthanaram
📌Hua Lamphong Station

ຄ່າເດີນທາງລົດໄຟ 15 ບາດ / ຖ້ຽວ
ມື້ດຽວທ່ຽວໄດ້ຄົບ 🥰

31/05/2026

Week 3 Intern Recap!

26/05/2026

English Below !

ແວ່ມາອັບເດດ ປະສົບການ 24 ຊົ່ວໂມງ in SINGAPORE 🇸🇬 ໃນການແຂ່ງຂັນ AI Ready ASEAN Youth Developer Challenge 🏆.

ກ່ອນອື່ນຫມົດຕ້ອງຂໍຂອບໃຈ ຫມູ່ເພື່ອນ ແລະ ອ້າຍເອື້ອຍນ້ອງທຸກຄົນທີ່ຊ່ວຍກັນແຊແລະສະຫນັບສະຫນູນພວກນ້ອງຕະຫລອດການແຂ່ງຂັນ ❤️🙏🏻. ທຸກການໂຫວດ ການຊ່ວຍເຮັດແບບສອບຖາມ ມີຄຸນຄ່າຕໍ່ພວກນ້ອງຫລາຍ ❤️.

ຂໍຂອບໃຈຄະນະຈັດງານຈາກ AI Singapore, Google.org ແລະທາງ ASEAN Foundation ທີ່ໃຫ້ພວກນ້ອງໄດ້ເປັນໂຕແທນປະເທດລາວໄປເຜີຍແຜ່ໄອເດຍໃນເທື່ອນີ້ 🇱🇦.

ຂໍຂອບໃຈບັນດາ Mentor ແລະທາງໂຮງຮຽນຕ່າງໆທີ່ໃຫ້ພວກນ້ອງໄດ້ລົງພື້ນທີ່ໂຕຈິງ ພ້ອມທັງໃຫ້ຄຳແນະນຳ 😊, ພວກນ້ອງຈະພັດທະນາ SEA.Learn ຕໍ່ໄປ.

ການແຂ່ງຂັນເທື່ອນີ້ແມ່ນການນຳສະເຫນີການນຳໃຊ້ AI ເພື່ອພັດທະນາສັງຄົມ, ເຊິ່ງທາງທີມ AIMinions ຂອງພວກເຮົາໄດ້ພັດທະນາລະບົບເພື່ອຊ່ວຍເຫລືອຄູອາຈານໃນການແຕ່ງບົດສອນ, ເຝິກອົບຮົມ, ຊ່ວຍເຫລືອນັກຮຽນໃນການຮຽນຮູ້ເພີ່ມເຕີມ, ລວມທັງພໍ່ແມ່ນັກຮຽນແລະພາກລັດ ໃຫ້ສາມາດ ຕິດຕາມແລະກວດສອບຜົນການຮຽນຂອງນັກຮຽນ.

ໃນການແຂ່ງຂັນນີ້ແມ່ນເປັນຮູບແບບ Exhibition ຕັ້ງແຕ່ 10 ໂມງເຊົ້າຮອດ 10 ໂມງແລງ ເຊິ່ງນິ້ມເອງບໍ່ຄ່ອຍມີຄວາມຄຸ້ນເຄີຍຫລາຍ 555 (ເທື່ອສຸດທ້າຍທີ່ເຮັດປະມານນີ້ກະຄືເກືອບ 10 ປີກ່ອນ). ເປັນການ present ທີ່ຕື່ນເຕັ້ນລະກະທ້າທາຍ. ນອກຈາກນັ້ນນ້ອງໆທຸກທີມຍັງມີໂອກາດໄດ້ແລກປ່ຽນ ໂອ້ລົມກັບກັບບັນດາແຂກຜູ້ມີກຽດເຊັ່ນ ທາງລັດຖະມົນຕີ ຈາກບັນດາປະເທດ ASEAN 🤝 ແລະທາງ President of Singapore 🇸🇬 ເຊິ່ງຖືເປັນ highlight of the day ✨.

ນອກເຫນືອຈາການແຂ່ງຂັນ ທີມ AIMinions ກະຍັງໄດ້ກະກຽມຂອງຝາກເລັກໆນ້ອຍໆລວມທັງໃບປິວ ໃຫ້ແຂກທີ່ມາຮ່ວມງານເພື່ອເປັນການນຳສະເຫນີປະເທດລາວໄປໃນໂຕ 🇱🇦.

ເຖິງໂຕນິ້ມເອງຈະໄດ້ຮ່ວມກິດຈະກຳແຕ່ 24 ຊົ່ວໂມງ (ຫລືຫນ້ອຍກວ່ານັ້ນ 5555) ເພາະຕ້ອງຟ້າວບິນກັບມາເຝິກວຽກມື້ຕໍ່ມາ. ແຕ່ຫມັ້ນໃຈວ່າທີມຂອງເຮົາໄດ້ ປະສົບການຫລາຍຢ່າງແລະໄດ້ຫມູ່ເພື່ອນໃຫມ່ໆຈາກທົ່ວ ASEAN ເລີຍ.

ສຸດທ້າຍນີ້ຢາກຂອບໃຈ my GOATED team: Owen Sengdalavong ແລະ Philakone Vongpraseuth ທີ່ຮ່ວມທັງສຸກແລະທຸກມານຳກັນ, ຕັ້ງແຕ່ມື້ເລີ່ມຄິດໄອເດຍ, ການວາງແຜນ, ໄປຈົນຮອດການທົດລອງ ແລະນຳສະເຫນີ. I am immensely proud of how far we have come and know that we truly did our best ❤️🇱🇦.

Here is what 2 hours of sleep + flights in the middle of an internship get you 😆

Proudly representing Lao PDR 🇱🇦 once again at the AI Ready ASEAN Youth Challenge by AI Singapore, ASEAN Foundation and Google.org.

For the short span of 1 day I have made more than just presentations but also built friendships from all over ASEAN. Many thanks to the organizing team for giving us the opportunity to share our ideas to the ASEAN Ministers and the President of Singapore 🇸🇬. Huge thanks to the visitors, judges, partners and mentors for your invaluable feedback 🙏🏻, we sure will be adopting those comments to further improve SEA.Learn).

It was absolutely mind blowing to see how each team had built their ideas into prototypes, their passion and hard work for the community deserve to be recognized and celebrated 🏆.

Congratulations to the all the winners ❤️.

Lastly, special mention to the GOATED Palinya Sengdalavong and Philakone Vongpraseuth for sticking together since day 1, you have made me beyond proud, cheers!

English Below ! ແວ່ມາອັບເດດ ປະສົບການ 24 ຊົ່ວໂມງ in SINGAPORE 🇸🇬 ໃນການແຂ່ງຂັນ AI Ready ASEAN Youth Developer Challenge 🏆....

23/05/2026

Week 2 Intern!!!! ເຝິກວຽກອາທິດທີ2 ປານມາທ່ຽວ ✈️

17/05/2026

ເດັກເຝິກວຽກເຮັດຫຍັງແນ່? Come with me for my first week of internship!! ✨

14/05/2026

Sabaidee! We are team AIMinions.
We are incredibly honored to be the national representatives of Laos heading to the AI ASEAN Youth Challenge 🏆🇱🇦.

As we prepare to compete on the regional stage, we are proud to present our solution:

SEA.Learn.

The education gap in Southeast Asia is not an accident. It is the result of a system where teachers are overloaded and rural schools are often left behind. We’re building SEA.Learn to change that through an AI-powered ecosystem designed to:

→ Save hours for teachers on planning and marking.
→ Provide personalised feedback to every student.
→ Identify at-risk students before they fall behind.
→ Standardise quality across all schools, regardless of resources.

We need your help! To represent Laos effectively, we need high-quality data.

Please note: The link to access the actual SEA.Learn demo is located inside the survey.

Please help us by completing both parts of our feedback process:
Tell us what you think first Please complete the Pre-Usage Survey before exploring the tool:

👉 Link: https://qualtricsxmk6rkzrfwg.qualtrics.com/jfe/form/SV_8BLK0m6DDKscsdw

The Teacher Survey Sample and Tutorial Video will be on the left. For the student survey sample and tutorial video will be on the right. Please select the option that best fit you.

Your participation is vital to our success in the ASEAN challenge. Let’s show the region the power of Lao innovation!

ສະບາຍດີ! ພວກເຮົາແມ່ນທີມ AIMinions.

ພວກເຮົາມີຄວາມພາກພູມໃຈຢ່າງຍິ່ງທີ່ໄດ້ເປັນ ໂຕແທນລະດັບຊາດຂອງ ສປປ ລາວ ເພື່ອເຂົ້າຮ່ວມການແຂ່ງຂັນ AI ASEAN Youth Challenge 🏆🇱🇦.

ໃນນາມໂຕແທນປະເທດ, ພວກເຮົາຂໍນຳສະເໜີທາງອອກ (Solution) ທີ່ຈະມາຍົກລະດັບການສຶກສາ: SEA.Learn.

ຊ່ອງຫວ່າງດ້ານການສຶກສາໃນອາຊີຕາເວັນອອກສ່ຽງໃຕ້ ແມ່ນຜົນຈາກລະບົບທີ່ຄູມີພາລະວຽກໜັກເກີນໄປ ແລະ ໂຮງຮຽນໃນເຂດຫ່າງໄກສອກຫຼີກຍັງຂາດໂອກາດ. ພວກເຮົາພັດທະນາ SEA.Learn ເພື່ອແກ້ໄຂບັນຫານີ້ດ້ວຍລະບົບ AI ທີ່ອອກແບບມາເພື່ອ:

→ ຫຼຸດຜ່ອນເວລາ ໃນການວາງແຜນການສອນ ແລະ ກວດບົດຝຶກຫັດ.
→ ໃຫ້ຄຳຕິຊົມສ່ວນບຸກຄົນ ແກ່ນັກຮຽນທຸກຄົນຢ່າງທົ່ວເຖິງ.
→ ກວດພົບນັກຮຽນທີ່ມີຄວາມສ່ຽງ ກ່ອນທີ່ຄະແນນຂອງພວກເຂົາຈະຕົກຕ່ຳ.
→ ສ້າງມາດຕະຖານຄຸນນະພາບ ໃຫ້ທຸກໂຮງຮຽນເທົ່າທຽມກັນ.
ພວກເຮົາຕ້ອງການຄວາມຊ່ວຍເຫຼືອຈາກທ່ານ! ເພື່ອໃຫ້ການເປັນຕົວແທນປະເທດລາວໃນຄັ້ງນີ້ສົມບູນແບບທີ່ສຸດ, ພວກເຮົາຕ້ອງການຂໍ້ມູນຈາກຜູ້ໃຊ້ຈິງ.

ໝາຍເຫດ: ລິ້ງສຳລັບເຂົ້າທົດລອງໃຊ້ຕົວຢ່າງລະບົບ (Demo) ແມ່ນມີໃຫ້ຢູ່ໃນແບບສຳຫຼວດ.

ກະລຸນາຊ່ວຍພວກເຮົາໂດຍການຕອບແບບສຳຫຼວດ ດັ່ງນີ້:
ໃຫ້ຂໍ້ມູນເບື້ອງຕົ້ນ ກະລຸນາຕອບ ແບບສຳຫຼວດກ່ອນການນຳໃຊ້ ກ່ອນທີ່ທ່ານຈະເລີ່ມລອງໃຊ້ລະບົບ:

👉 ກົດບ່ອນນີ້: https://qualtricsxmk6rkzrfwg.qualtrics.com/jfe/form/SV_8BLK0m6DDKscsdw

ໂຕຢ່າງແບບສຳຫຼວດສຳລັບຄູ ແລະ ວິດີໂອແນະນຳຈະຢູ່ເບື້ອງຊ້າຍ. ສ່ວນຕົວຢ່າງແບບສຳຫຼວດສຳລັບນັກຮຽນ ແລະ ວິດີໂອແນະນຳຈະຢູ່ເບື້ອງຂວາ. ກະລຸນາເລືອກຕົວເລືອກທີ່ເໝາະສົມກັບທ່ານທີ່ສຸດ.

ເພື່ອຕອບແບບສຳຫຼວດກ່ອນການນຳໃຊ້

ການຮ່ວມມືຂອງທຸກທ່ານມີຄວາມໝາຍຕໍ່ໄຊຊະນະຂອງພວກເຮົາໃນເວທີ ASEAN. ມາຮ່ວມກັນສະແດງໃຫ້ເຫັນວ່າ ນະວັດຕະກຳຂອງຄົນລາວເຮົາກໍໂດດເດັ່ນບໍ່ແພ້ຊາດໃດ!

#ການສຶກສາລາວ #ສປປລາວ

Address

Website

Alerts

Be the first to know and let us send you an email when Nim’s Narrative posts news and promotions. Your email address will not be used for any other purpose, and you can unsubscribe at any time.

  • Want your organization to be the top-listed Non Profit Organization?

Share