ໃຈກ້າລ້າຂ່າວ Chaikar Larkhaow

ໃຈກ້າລ້າຂ່າວ Chaikar Larkhaow ใจก้า โปดันชัน
(1)

11/09/2026
 #ຄອງໃຫຍ່ຜິງລູ້ຈະເປີດນຳໃຊ້ຢ່າງເປັນທາງການໃນວັນທີ 16 ກັນຍານີ້    ໃນກອງປະຊຸມຖະແຫຼງຂ່າວທີ່ຫ້ອງການຖະແຫຼງຂ່າວອົງການປົກຄອງເຂດປົ...
08/09/2026

#ຄອງໃຫຍ່ຜິງລູ້ຈະເປີດນຳໃຊ້ຢ່າງເປັນທາງການໃນວັນທີ 16 ກັນຍານີ້

ໃນກອງປະຊຸມຖະແຫຼງຂ່າວທີ່ຫ້ອງການຖະແຫຼງຂ່າວອົງການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນຈັດຂຶ້ນວັນທີ 7 ກັນຍານີ້ໃຫ້ຮູ້ວ່າ: ຄອງໃຫຍ່ຜິງລູ້ຈະເປີດນຳໃຊ້ຢ່າງເປັນທາງການໃນວັນທີ 16 ກັນຍານີ້.
ຄອງໃຫຍ່ຜິງລູ້ທີ່ມີຄວາມຍາວທັງໝົດ 134.2 ກິໂລແມັດແມ່ນໂຄງການຄອງໃຫຍ່ແຫ່ງທຳອິດຂອງຈີນທີ່ເຊື່ອມຕໍ່ແມ່ນ້ຳກັບທະເລ ທີ່ກໍ່ສ້າງຂຶ້ນໃນລະດັບປະເທດນັບແຕ່ສ້າງຕັ້ງສາທາລະນະລັດປະຊາຊົນຈີນເປັນຕົ້ນມາ, ແມ່ນຄອງໃຫຍ່ທີ່ມີລະດັບການເດີນເຮືອສູງສຸດຢູ່ພາຍໃນປະເທດຈີນ ແລະ ສາມາດເດີນເຮືອຂະໜາດບັນທຸກ 5,000 ໂຕນ.
ພາຍຫຼັງເປີດນຳໃຊ້ແລ້ວ, ໄລຍະທາງການຂົນສົ່ງສິນຄ້າຈາກພາກຕາເວັນຕົກສຽງໃຕ້ຂອງຈີນໄປເຖິງທະເລຈະສັ້ນລົງຫຼາຍກວ່າ 560 ກິໂລແມັດ ແລະ ໄລຍະທາງການເດີນເຮືອຈາກຈີນໄປເຖິງທ່າກຳປັ່ນຕົ້ນຕໍຂອງບັນດາປະເທດສະມາຊິກອາຊຽນກໍໄດ້ສັ້ນລົງຢ່າງຫຼວງຫຼາຍ, ຕົ້ນທຶນດ້ານການຈໍລະຈອນສິນຄ້າໂດຍລວມຈະຫຼຸດລົງ 18%-30%, ຈະສາມາດປະຢັດຄ່າຂົນສົ່ງຫຼາຍກວ່າ 5 ຕື້ຢວນຕໍ່ປີ ແລະ ມີຄວາມໝາຍສຳຄັນໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ.

 #ເຮືອບິນຂົນສົ່ງສິນຄ້າ Amazon ມື່ນອອກຈາກລັນເວໃນສະຫະລັດ ຕຳລົດໃຫຍ່ຫຼາຍຄັນ ມີເສຍຊີວິດ 5 ຄົນ    ເກີດເຫດເຮືອບິນຂົນສົ່ງສິນຄ້າຂ...
07/09/2026

#ເຮືອບິນຂົນສົ່ງສິນຄ້າ Amazon ມື່ນອອກຈາກລັນເວໃນສະຫະລັດ ຕຳລົດໃຫຍ່ຫຼາຍຄັນ ມີເສຍຊີວິດ 5 ຄົນ

ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງອາເມຊອນ (Amazon) ບໍລິສັດຊື່ດັງ ລົງຈອດມື່ນອອກລັນເວ ຕຳລົດໃຫຍ່ຫຼາຍຄັນ ທີ່ສະໜາມບິນໄມອາມີ ໃນສະຫະລັດອາເມລິກາ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ແລະ ບາດເຈັບອີກ 5 ຄົນ.
ເຫດການເກີດຂຶ້ນໃນເວລາປະມານ 14.00 ນາທີ ຂອງວັນ ອາທິດທີ 6 ກັນຍາ 2026 ຕາມເວລາທ້ອງຖິ່ນ ໂດຍເຄື່ອງບິນຂົນສົ່ງສິນຄ້າ ອາເມຊອນ ແອ (Amazon Air) ພຸ້ງອອກຈາກລັນເວ ຂະນະພະຍາຍາມລົງຈອດຫຼັງເດີນທາງມາຈາກ ເປີໂຕຣີໂກ.
ເບື້ອງຕົ້ນຍັງບໍ່ຮູ້ສາເຫດຊັດເຈນວ່າ: ເຫດໃດເຄື່ອງບິນຈຶ່ງບໍ່ສາມາດຢຸດໄດ້ກ่ອນຮອດສຸດລັນເວ ຂະນະທີ່ CNN ລາຍງານວ່າ: ຈາກການກວດສອບບັນທຶກສຽງຫໍຄວບຄຸມການຈາລະ ຈອນທາງອາກາດພົບວ່າ ນັກບິນບໍ່ໄດ້ແຈ້ງເຫດສຸກເສີນກ່ອນລົງຈອດແຕ່ຢ່າງໃດ.
ຂໍ້ມູນການບິນຈາກເວັບໄຊ FlightRadar24 ລະບຸວ່າ ເຄື່ອງ ບິນຂົນສົ່ງສິນຄ້າລຳນີ້ແລ່ນດ້ວຍຄວາມໄວສູງເຖິງ 207 ກິໂລ ແມັດຕໍ່ຊົ່ວໂມງ ຂະນະຫຼຸດອອກນອກລັນເວ ກ່ອນຈະໄປຢຸດຢູ່ບໍລິເວນໃກ້ກັບລານຈອດລົດທີ່ໃຫ້ບໍລິການສາງສິນຄ້າຂອງອາເມຊອນ ແລະ ທຸລະກິດອື່ນໆ.
ທັງນີ້, ຄະນະກຳມະການຄວາມປອດໄພການຂົນສົ່ງແຫ່ງຊາດສະຫະລັດ (NTSB) ກຳລັງເລັ່ງລວບລວມຂໍ້ມູນກ່ຽວກັບອຸບັດ ເຫດຄັ້ງນີ້ ໂດຍມີສຳນັກງານບໍລິຫານການບິນແຫ່ງຊາດສະຫະ ລັດ (FAA) ຮ່ວມສອບສວນຫາສາເຫດຢ່າງລະອຽດ.

Cr. MGR Online

 #ລອດຊີວິດຢ່າງປາຕິຫານ ຫຼັງຈາກເກີດດິນເຈື່ອນ 10 ມື້     ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ສື່ມວນຊົນເນປານລ...
07/09/2026

#ລອດຊີວິດຢ່າງປາຕິຫານ ຫຼັງຈາກເກີດດິນເຈື່ອນ 10 ມື້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ສື່ມວນຊົນເນປານລາຍງານວ່າ, ທີມກູ້ໄພໄດ້ຊ່ວຍຊີວິດແມ່ຍິງເນປານອາຍຸ 64 ປີຄົນໜຶ່ງທີ່ຍັງມີຊີວິດຢູ່ໃນເມືອງນູວາໂກ ຫຼັງຈາກເກີດເຫດດິນເຈື່ອນຮຸນແຮງໃນວັນທີ 26 ສິງຫາ ຜ່ານມາ ແລະ ຖືກນຳສົ່ງໄປຮັບການປິ່ນປົວຢູ່ນະຄອນຫຼວງກາດມານດູ.
ນັບມາຮອດເວລາ 5:00 ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ຂອງວັນທີ 5 ກັນຍາ ຜ່ານມາ, ຈຳນວນຜູ້ເສຍຊີວິດແມ່ນ 1,344 ຄົນ, ຜູ້ສູນຫາຍ 4,898 ຄົນ ແລະ ຜູ້ລອດຊີວິດ 8,631 ຄົນ.

07/09/2026

#ນຶກວ່າແມ່ນຜີກະສືຊັ້ນດອກ! ເຮັດແບບນີ້ມີຄວາມສ່ຽງເຮັດໃຫ້ລົດຄັນນຳຫລັງເກີດອຸປະຕິເຫດ

ຕອນເຊົ້າວັນທີ 5 ກັນຍາ, ເວທີປາໄສສື່ມວນຊົນລະດັບສູງອາຊີ - ປາຊີຟິກ ໄດ້ໄຂຂຶ້ນຢູ່ນະຄອນເຊີນເຈີ້ນ, ແຂວງກວາງຕຸ້ງ. ເວທີປຶກສາຫາລືສາ...
05/09/2026

ຕອນເຊົ້າວັນທີ 5 ກັນຍາ, ເວທີປາໄສສື່ມວນຊົນລະດັບສູງອາຊີ - ປາຊີຟິກ ໄດ້ໄຂຂຶ້ນຢູ່ນະຄອນເຊີນເຈີ້ນ, ແຂວງກວາງຕຸ້ງ. ເວທີປຶກສາຫາລືສາມາດສ້າງຜົນໄດ້ຮັບຫຼາຍປະການ.
ຜູ້ຕາງໜ້າ ຫຼາຍກວ່າ 400 ຄົນຈາກ 40 ກວ່າປະເທດແລະເຂດແຄວ້ນ, ພ້ອມທັງໜ່ວຍງານອົງການສະຫະປະຊາຊາດແລະອົງການຈັດຕັ້ງສາກົນເຂົ້າຮ່ວມ. ໃນກອງປະຊຸມຄັ້້ງນີ້, ສື່ມວນຊົນຈີນ ແລະ ຕ່າງປະເທດ 16 ແຫ່ງ ໄດ້ລິເລີ່ມສ້າງຕັ້ງຄະນະກຳມະການກະກຽມໂຄງການຄູ່ຮ່ວມມືສື່ມວນຊົນອາຊີປາຊີຟິກ.

 #ຝູຈ້ຽນ ເລັ່ງອົບພະຍົບຄົນງານ 3,000 ກວ່າຄົນຢູ່ເຂດພັດທະ ນາເສດຖະກິດຫົວຫລິນ       ເຈົ້າໜ້າທີ່ກູ້ໄພເລັ່ງປະຊາຊົນທີ່ຕິດຄ້າງຢູ່ເ...
05/09/2026

#ຝູຈ້ຽນ ເລັ່ງອົບພະຍົບຄົນງານ 3,000 ກວ່າຄົນຢູ່ເຂດພັດທະ ນາເສດຖະກິດຫົວຫລິນ

ເຈົ້າໜ້າທີ່ກູ້ໄພເລັ່ງປະຊາຊົນທີ່ຕິດຄ້າງຢູ່ເຂດພັດທະນາເສດ ຖະກິດ ຫົວຫລິນ ເມືອງ ຜູ່ເຖົ້າ ເມຶອງຝູຈຽນ ທາງຕອນໃຕ້ຂອງຈີນ ຫລັງຝົນທີ່ຕົກໜັກ ເຊິ່ງມີແຮງງານຕົກຄ້າງ 3,000 ຄົນໄປພື້ນທີ່ປອດໄພ.
4/9/26

05/09/2026

#ປະຕິຫານມີຈິງ!
วินาทีกู้ภัยช่วยชีวิตชายสองคนติดอยู่ในอุโมงค์โครงการน้ําตก Trishuli 3A ซึ่งได้รับผลกระทบอย่างรุนแรงจากการถล่มทลายในเนปาลเมื่อสัปดาห์ที่แล้ว ได้รับการช่วยเหลืออย่างปลอดภัยเมื่อวันศุกร์ที่ผ่านมา

ที่อยู่

อุดอน
Amphoe Warin Chamrap
01030

เว็บไซต์

แจ้งเตือน

เป็นคนแรกที่รู้ข่าว: เราจะส่งอีเมลแจ้งเมื่อ ໃຈກ້າລ້າຂ່າວ Chaikar Larkhaow โพสต์ข่าวสารและโปรโมชั่น อีเมลของคุณจะไม่ถูกนำไปใช้เพื่อวัตถุประสงค์อื่น และคุณสามารถยกเลิกการรับข่าวสารได้ทุกเมื่อ

ติดต่อ องค์กรนั้น

ส่งข้อความของคุณถึง ໃຈກ້າລ້າຂ່າວ Chaikar Larkhaow:

ทางลัด

แชร์

หมวดหมู่