01/06/2026
ວັນທີ 31 ພຶດສະພາ 2026
ມື້ນີ້ທາງສະມາຄົມນັກສຶກສາລາວ ປະຈຳນະຄອນຫຼວງມົສກູ ໄດ້ມີໂອກາດຕ້ອນຮັບ ທ່ານ ທອງລີ ສີສຸລິດ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທີ່ໃຫ້ກຽດມາຢ້ຽມຢາມນັກສຶກສາ ແລະ ຊາວໜຸ່ມລາວພວກເຮົາ ຫຼັງຈາກສຳເລັດກອງປະຊຸມທາງການທີ່ມົສກູ.
ເພື່ອເປັນການສ້າງຂະບວນການ ແລະ ຮັດແໜ້ນຄວາມສາມັກຄີ, ພວກເຮົາໄດ້ຮ່ວມກັນຈັດກິດຈະກຳເຕະບານມິດຕະພາບຢ່າງມ່ວນຊື່ນ. ຫຼັງຈາກການແຂ່ງຂັນ, ທ່ານຍັງໄດ້ສະຫຼະເວລາອັນມີຄ່າ ໂອ້ລົມໃຫ້ທິດຊີ້ນຳ ແລະ ສອບຖາມຄວາມເປັນຢູ່ຂອງບັນດານັກສຶກສາລາວພວກເຮົາຢ່າງໃກ້ຊິດ.
ພ້ອມດຽວກັນນັ້ນ, ທ່ານ ນິກວັນໄຊ ປະຖັມມະວົງ, ພະນັກງານສະຖານທູດລາວ ປະຈຳສະຫະພັນ ຣັດເຊຍ, ຜູ້ຮັບຜິດຊອບວຽກງານກົງສູນ ແລະ ນັກສຶກສາ, ຍັງໄດ້ໃຫ້ກຽດມອບໝາກບານໃຫ້ແກ່ສະມາຄົມນັກສຶກສາລາວ ເພື່ອໃຊ້ໃນການເຝິກຊ້ອມກຽມຄວາມພ້ອມສຳລັບການເຂົ້າຮ່ວມງານກິລາທີ່ຈະຈັດຂຶ້ນໂດຍ ມະຫາວິທະຍາໄລ MGIMO ທີ່ຮັບກຽດເປັນເຈົ້າພາບໃນຄັ້ງນີ້.
ລວມທັງເປັນອຸປະກອນກິລາໃຫ້ລຸ້ນນ້ອງໄດ້ສືບຕໍ່ເຝິກຊ້ອມເພື່ອສຸຂະພາບ ແລະ ສ້າງຄວາມສາມັກຄີໃນຕໍ່ໜ້າອີກດ້ວຍ.
ຖືເປັນຂວັນ ແລະ ກໍາລັງໃຈອັນໃຫຍ່ຫຼວງໃຫ້ແກ່ຊາວໜຸ່ມລາວທີ່ຢູ່ຫ່າງໄກບ້ານ. ຂໍຂອບໃຈທ່ານທັງສອງທີ່ໃຫ້ກຽດມາຢ້ຽມຢາມ ແລະ ໃຫ້ການສະໜັບສະໜູນໃນຄັ້ງນີ້.
Cr: ຫົວໜ້າຄະນະນັກສຶກສາລາວ ປະຈຳນະຄອນຫຼວງ ມົດສະກູ, ສະຫະພັນຣັດເຊຍ: ສຸລິວັນ ວິລະວົງ