14/01/2026
🥳ສາລາສາລະສະບາຍດີ
ສາລະມື້ນີ້ມີສິ່ງດີໆມາແນະນຳໃຫ້ກັບທຸກຄົນ!!!
🤔ເຄີຍເປັນບໍ ຢາກໄປເເລກປ່ຽນຢູ່ຕ່າງປະເທດ ເເຕ່ບໍ່ຮູ້ຈະເລີ່ມຕົ້ນ ເເລະ ກຽມຕົວເເນວໃດ ມື້ນີ້ Unlock Your Scholarship workshop ພ້ອມເເລ້ວທີ່ຈະພາທຸກຄົນຕາມລ່າຝັນນັ້ນ! ເຊິ່ງໃນມື້ຝຶກອົບຮົມຈະປະກອບມີ:
1.ຝຶກທັກສະໃນການຂຽນ Essay
2.ຝຶກທັກສະໃນການຕອບຄໍາຖາມສໍາພາດ
3.ຝຶກທັກສະໃນການເຮັດວີດີໂອ
ໃຫ້ໜ້າສົນໃຈ ເພື່ອສະໝັກທຶນໄປເເລກປ່ຽນ ຫຼື ຮຽນຕໍ່ຢູ່ຕ່າງປະເທດ ບອກເລີຍວ່າໃຜບໍ່ສະໝັກຖືວ່າພາດເເຮງ ເພາະພາຍໃນງານມີທັງກິດຈະກໍາ ເເລະ ຄວາມຮູ້ທີ່ອັດເເໜ້ນລວມທັງຂອງຂັວນສຸດພິເສດພ້ອມເສີບໃຫ້ກັບຜູ້ເຂົ້າຮ່ວມຂອງພວກເຮົາ.( ຮັບພຽງ 15 ຄົນເທົ່ານັ້ນ‼️)
🤗ເງື່ອນໄຂໃນການສະໝັກ🫡
1.ໄວໜຸ່ມທີ່ມີອາຍຸລະຫວ່າງ 15-25 ປີ
2.ສາມາດສື່ສານພາສາອັງກິດໄດ້ໃນລະດັບ ປານກາງ-ດີ
3.ສົ່ງ CV ເເລະ ວີດີໂອເເນະນໍາຕົນເອງພ້ອມທັງເຫດຜົນວ່າ ເປັນຫຍັງຈຶ່ງຢາກເຂົ້າຮ່ວມຝຶກອົບຮົມນີ້ເປັນພາສາອັງກິດ ຄວາມຍາວ 1-2ນາທີ ໃນເເບບຟອມສະໝັກນີ້ https://docs.google.com/forms/d/e/1FAIpQLSdnKBxfJwkcz0qiWi5vJK_uANGYt2wrfoFjuzyE5mVAphiuxg/viewform?usp=dialog ຫຼື ຄິວອາໂຄ້ດດ້ານລຸ່ມໄດ້ເລີຍ~
[ເຊິ່ງເຮົາຈະປະກາດຜູ້ຜ່ານໄດ້ເຂົ້າຮ່ວມງານໃນວັນທີ 6 ກຸມພາ 2026]
📌ສະຖານທີ່ ເເລະ ເວລາໃນມື້ຝຶກອົບຮົມ
🗓️ວັນທີ : 15 ກຸມພາ 2026
⏰ເວລາ : 8:30- 16:30
📍ສະຖານທີ່ : ສະຖາບັນພາສາຕ່າງປະເທດໂລໂກສ
+ສອບຖາມຂໍ້ມູນເພີ່ມເຕີມຕິດຕໍ່ຜູ້ປະສານງານ: 02054957873(ເຈ່ນ)