Laos Students Association in Cambodia

Laos Students Association in Cambodia Contact information, map and directions, contact form, opening hours, services, ratings, photos, videos and announcements from Laos Students Association in Cambodia, Youth Organization, Phnom Penh.

12/08/2026
ພວກເຮົາຂໍຕາງໜ້ານັກສຶກສາລາວທີ່ສຶກສາທີ່ຣາຊາອານາຈັກກຳປູເຈຍ 🇱🇦 🇰🇭 ຂໍຮ່ວມໄວ້ອາໄລ ຕໍ່ການຈາກໄປຢ່າງບໍ່ວັນຫວນຄືນມາ ຂອງ ທ່ານ ໄຊສົມ...
08/08/2026

ພວກເຮົາຂໍຕາງໜ້ານັກສຶກສາລາວທີ່ສຶກສາທີ່ຣາຊາອານາຈັກກຳປູເຈຍ 🇱🇦 🇰🇭 ຂໍຮ່ວມໄວ້ອາໄລ ຕໍ່ການຈາກໄປຢ່າງບໍ່ວັນຫວນຄືນມາ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ 🕊️ ໃນວັນທີ 8 ສິງຫາ 2026 ເວລາ 11:38 ດ້ວຍພະຍາດເສັ້ນເລືອດອັກເສບຮ້າຍແຮງ

🔴Xaysomphone Phomvihane, Laos’ National Assembly President, has died at the age of 69 after more than three decades in public life.

⬇⬇ Read the obituary:

09/07/2026
✨ ພາບບັນຍາກາດງານຕ້ອນຮັບນັກສຶກສາໃໝ່ ປະຈຳປີ 2026 ✨ໃນວັນທີ 18 ມິຖຸນາທີ່ຜ່ານມາ, ໄດ້ມີການຈັດງານຕ້ອນຮັບນັກສຶກສາໃໝ່ ທີ່ເດີນທາງມ...
19/06/2026

✨ ພາບບັນຍາກາດງານຕ້ອນຮັບນັກສຶກສາໃໝ່ ປະຈຳປີ 2026 ✨
ໃນວັນທີ 18 ມິຖຸນາທີ່ຜ່ານມາ, ໄດ້ມີການຈັດງານຕ້ອນຮັບນັກສຶກສາໃໝ່ ທີ່ເດີນທາງມາຮຽນຕໍ່ຢູ່ຣາຊາອານາຈັກກຳປູເຈຍ🇰🇭. ບັນຍາກາດພາຍໃນງານແມ່ນເຕັມໄປດ້ວຍຄວາມອົບອຸ່ນ, ຮັດແໜ້ນຄວາມສາມັກຄີ ແລະ ຄວາມມ່ວນຊື່ນເປັນກັນເອງ ລະຫວ່າງ ນັກສຶກສາລຸ້ນອ້າຍລຸ້ນເອື້ອຍ ແລະ ນ້ອງໆ ນັກສຶກສາໃໝ່.
ງານໃນຄັ້ງນີ້ຈັດຂຶ້ນເພື່ອເປັນການສ້າງຄວາມຄຸ້ນເຄີຍ, ແລກປ່ຽນປະສົບການໃນການຮຽນ-ການດຳລົງຊີວິດໃນຕ່າງແດນ ແລະ ເພື່ອໃຫ້ນ້ອງໆ ໄດ້ຮັບຄວາມອົບອຸ່ນຄືກັບຢູ່ບ້ານເກີດຂອງຕົນ.
ຂໍສະແດງຄວາມຍິນດີຕ້ອນຮັບນັກສຶກສາໃໝ່ທຸກຄົນຢ່າງເປັນທາງການ 🎓🌍
✨ 2026 Freshmen Welcome Event in Cambodia 🇰🇭
On June 18th, we held a warm welcome event for our new students in the Kingdom of Cambodia. The day was filled with joy, unity, and great connections between seniors and freshmen, helping everyone feel right at home.
Welcome to the family, everyone! 🎓🌍

ທຶນການສຶກສາ ປະຈຳສົກຮຽນ 2026-2027 ມາແລ້ວ 🥳
16/06/2026

ທຶນການສຶກສາ ປະຈຳສົກຮຽນ 2026-2027 ມາແລ້ວ 🥳

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງ ນັກຮຽນ-ນັກສຶກສາ ຊາບວ່າ: ລັດຖະບານ ກໍາປູເຈຍ ສະເຫນີໃຫ້ທຶນການສຶກສາແກ່ ສປປ ລາວ ປະຈໍາສົກປີ 2026-2027 ໃນລະດັບປະລິນຍາຕີ ຈໍານວນ 15 ທຶນ, ໃນ ສາຂາວິຊາຮຽນຄື: ພາສາຂະແມ, ໄອທີ, ກົດຫມາຍ, ພົວພັນສາກົນ, ສິ່ງແວດລ້ອມ, ການທ່ອງທ່ຽວ ແລະ ບໍລິຫານທຸລະກິດ. ພາຍໃຕ້ທຶນການສຶກສາຂອງ ລັດຖະບານຮ່ວມມືສອງຝ່າຍ.

I. ເງື່ອນໄຂຂອງຜູ້ສະຫນັກ:
- ຕ້ອງເປັນພົນລະເມືອງລາວ, ຖືສັນຊາດລາວ;
- ສຸຂະພາບແຂງແຮງດີ;
- ສໍາເນົາ Passport;
- ຕ້ອງມີໃບປະກາສະນິຍະບັດ ແລະ ໃບຄະແນນຈົບຊັ້ນມ7 ຫຼື ກໍລະນີກໍາລັງຮຽນມ7 ທີ່ຈະຈົບໃນປີ 2026 ໃຫ້ສໍາ ເນົາປຶ້ມຕິດຕາມການຮຽນ ຊັ້ນ ມ5, ມ6, ແລະ ຄະແນນເສັງພາກຮຽນທີ 1 ຂອງມ7 ຄັດຕິດມາພ້ອມ, ໂດຍມີຄະ ແນນສະເລ່ຍ 7,00 ຂື້ນໄປ;

II. ນະໂຍບາຍທີ່ຈະໄດ້ຮັບ:
ນະໂຍບາຍທີ່ຈະໄດ້ຮັບຄື: ຄ່າຮຽນ, ທີ່ພັກ, ເບ້ຍລ້ຽງ ປະຈໍາເດືອນ, ຄ່າຕໍາລາຮຽນ, ປະກັນສຸຂະພາບ, ສ່ວນການ ເດີນທາງໄປ-ກັບ ລະຫວ່າງປະເທດ ແລະ ວີຊາ, ແມ່ນປະຕິບັດຕາມແຜນການຮ່ວມມືສອງຝ່າຍ.

III. ວິທີສະຫມັກ:
ຜູ້ສົນໃຈສະຫມັກໃຫ້ໄປພົວພັນ, ສອບຖາມຂໍ້ມູນລາຍລະອຽດ ແລະ ແບບຟອມສະຫມັກ ຢູ່ກົມກິດຈະການນັກສຶກ ສາ ກະຊວງສຶກສາທິການ ແລະ ກິລາ (ເຂດສະຫນາມກິລາເຂດເຈົ້າອານຸວົງ) ແລະ ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ສູນບໍລິການນັກສຶກສາ ຕາມເບີໂທ: 255 035. ພາຍຫຼັງປະກອບເອກະສານຄົບຖ້ວນໃຫ້ສົ່ງແບບຟອມສະຫມັກມາຍັງ ພະແນກຄຸ້ມຄອງທຶນການສຶກສາ ແລະ ນັກສຶກສາ, ຫ້ອງ 107-108 ຕາມໂມງລັດຖະການ. ເປີດຮັບສະຫມັກນັບແຕ່ມື້ແຈ້ງການເປັນຕົ້ນໄປຈົນຮອດວັນອັງຄານ, ວັນ ທີ 30 ມິຖຸນາ 2026 ເປັນມື້ປິດຮັບສະຫມັກ.

ລາຍລະອຽດຕາມແຈ້ງການ👇👇

ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ເຊິ່ງກົງກັບວັນທີ 01.06 ປະຈຳປີ2026 ເພາະເດັກນ້ອຍຄືຕົ້ນອ່ອນທີ່ພ້ອມຈະ...
01/06/2026

ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ເຊິ່ງກົງກັບວັນທີ 01.06 ປະຈຳປີ2026 ເພາະເດັກນ້ອຍຄືຕົ້ນອ່ອນທີ່ພ້ອມຈະເຕີບໂຕໃນອະນາຄົດ👶👧
Recognizing the vital role of children and the importance of tree planting in building a sustainable and environmentally friendly future. 🌳💚

🌍✨ ຊົມເຊີຍ International Workers’ Day ✨🌍 ຄົບຮອບ 140ປີ ( 01/05/1886-01/05/2026)ວັນນີ້ເປັນວັນສຳຄັນເພື່ອຍົກຍ້ອງ ແລະ ຂອບໃຈທຸ...
01/05/2026

🌍✨ ຊົມເຊີຍ International Workers’ Day ✨🌍 ຄົບຮອບ 140ປີ ( 01/05/1886-01/05/2026)

ວັນນີ້ເປັນວັນສຳຄັນເພື່ອຍົກຍ້ອງ ແລະ ຂອບໃຈທຸກຄົນທີ່ທຸ່ມເທແຮງກາຍ ແລະ ແຮງໃຈໃນການເຮັດວຽກ 💼💪

🌱 ຂໍໃຫ້ທຸກຄົນມີສຸຂະພາບແຂງແຮງ
🌟 ປະສົບຜົນສຳເລັດໃນໜ້າທີ່ການງານ
💙 ແລະ ມີແຮງບັນດານໃຈໃນທຸກໆມື້

🎉ສະບາຍດີປີໃໝ່ລາວ ພສ 2569🎉  ໃນໂອກາດວັນຂຶ້ນປີໃໝ່ນີ້  ທາງເພຈຂໍສົ່ງຄວາມປາຖະນາດີ 💖 ໄປຍັງທຸກທ່ານ ຂໍໃຫ້ປີໃໝ່ນີ້ເປັນປີທີ່ເຕັມໄປດ...
16/04/2026

🎉ສະບາຍດີປີໃໝ່ລາວ ພສ 2569🎉
ໃນໂອກາດວັນຂຶ້ນປີໃໝ່ນີ້
ທາງເພຈຂໍສົ່ງຄວາມປາຖະນາດີ 💖 ໄປຍັງທຸກທ່ານ ຂໍໃຫ້ປີໃໝ່ນີ້ເປັນປີທີ່ເຕັມໄປດ້ວຍ
😊 ຄວາມສຸກ ແລະ ຮອຍຍິ້ມ
💼 ຄວາມສຳເລັດ
💪 ສຸຂະພາບແຂງແຮງ

🌟 ຂໍໃຫ້ທຸກການເລີ່ມຕົ້ນໃໝ່
ນຳພາມາຊຶ່ງໂອກາດດີໆ ແລະ ຄວາມຈະເລີນກ້າວໜ້າແກ່ທຸກໆຄົນ

✨ມາແລ້ວໆກັບພາບບັນຍາກາດອັນແສນອົບອຸ່ນ ແລະ ມ່ວນຊື່ນ ຈາກງານສະເຫຼີງສະຫຼອງ ບຸນປີໃໝ່ລາວປະຈຳປີ ພ.ສ 2569 ຂອງບັນດານັກສຶກສາໃນກຳປູເຈ...
15/04/2026

✨ມາແລ້ວໆກັບພາບບັນຍາກາດອັນແສນອົບອຸ່ນ ແລະ ມ່ວນຊື່ນ ຈາກງານສະເຫຼີງສະຫຼອງ ບຸນປີໃໝ່ລາວປະຈຳປີ ພ.ສ 2569 ຂອງບັນດານັກສຶກສາໃນກຳປູເຈຍ ✨
ເນື່ອງໃນໂອກາດປີໃໝ່ລາວນີ້ ທາງ Page LSAC ຂອງພວກເຮົາຂໍຕ່າງໜ້າ ອວຍພອນໄຊ ໃຫ້ທຸກຄົນຈົ່ງມີແຕ່ຄວາມສຸກກາຍສະບາຍໃຈ ຄວາມເຈັບຢ່າໄດ້ຄວາມໄຂ້ຢ່າມີ ຂໍໃຫ້ທຸກຄົນປະສົບຜົນສຳເລັດດັ່ງປາດຖະໜາ✨💞

Address

Phnom Penh

Website

Alerts

Be the first to know and let us send you an email when Laos Students Association in Cambodia posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to Laos Students Association in Cambodia:

Shortcuts

Share