LSAJ(Lao Student Association in Japan)

LSAJ(Lao Student Association in Japan) ສະມາຄົມນັກສຶກສາລາວຢູ່ປະເທດຍີ່ປຸ່ນ
Lao Student Association in Japan, ພາສາຍີປຸ່ນ 在日ラオス人留学生協会

ສະບາຍດີ ອ້າຍເອື້ອຍນ້ອງນັກສຶກສາທຸກທ່ານທີ່ຮັກແພງ.    ເນື່ອງໃນໂອກາດງານບຸນລາວ ປະຈໍາປີ 2025  ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ  24...
24/04/2025

ສະບາຍດີ ອ້າຍເອື້ອຍນ້ອງນັກສຶກສາທຸກທ່ານທີ່ຮັກແພງ.

ເນື່ອງໃນໂອກາດງານບຸນລາວ ປະຈໍາປີ 2025 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 24-25 ພຶດສະພາ ທີ່ຈະມາເຖິງນີ້ ທີ່ສວນ Yoyogi Park, ນະຄອນຫຼວງໂຕກຽວ. ພ້ອມນີ້ກໍຍັງເປັນປີທີ່ສະເຫຼີມສະຫຼອງສາຍພົວພັນມິດຕະພາບລາວ-ຍີ່ປຸ່ນ ຄົບຮອບ 70​ ປີ.
ທາງຄະນະສະມາຄົມນັກສຶກສາຂອງພວກເຮົາຈະໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນໃນງານ. ເຊິ່ງພາຍໃນງານຈະມີການເປີດບູ໊ດຂາຍອາຫານ, ກິດຈະກຳສະແດງສິລະປະວັດທະນະທຳ ແລະ ກິດຈະກຳອື່ນໆ ເພື່ອເຜີຍແຜ່ວັດທະນະທຳອັນດີງາມຂອງຊາດລາວໃຫ້ແກ່ຄົນຍີ່ປຸ່ນ ແລະແຂກຕ່າງຊາດທີ່ມາເຂົ້າຊົມ.

ສະນັ້ນ, ເພື່ອເປັນການເຕົ້າໂຮມຄວາມສາມັກຄີຂອງບັນດາສະມາຊິກນັກສຶກສາ ຄຽງຄູ່ກັບການເຜີຍແຜ່ວັດທະນະທຳອັນດີງາມຂອງຊາດລາວ, ຕາງໜ້າສະມາຄົມນັກສຶກສາລາວຢູ່ຍີ່ປຸ່ນ ປະຈຳເຂດຄັນໂຕ ຂໍຖືເປັນກຽດເຊີນຊວນອ້າຍເອື້ອຍນ້ອງນັກສຶກສາທຸກທ່ານ ລົງທະບຽນເຂົ້າຮ່ວມຊ່ວຍວຽກໃນມື້ງານບຸນລາວປະຈຳປີ 2025 ນີ້ ເພື່ອຮ່ວມແຮງຮ່ວມໃຈກັນປະກອບສ່ວນຊ່ວຍງານດັ່ງກ່າວ.
ສໍາລັບນັກສຶກສາທີ່ເຂົ້າຮ່ວມງານບຸນ ຈະໄດ້ຮັບເສື້ອ ແລະ ອາຫານ ເພື່ອເປັນການຕອບແທນນ້ຳໃຈໃນການເຂົ້າຮ່ວມມ່ວນຊື່ນ ແລະ ຊ່ວຍວຽກໃນການຈັດງານບຸນໃນຄັ້ງນີ້.

ຫວັງຢ່າງຍິ່ງວ່າ ທຸກທ່ານຈະສະຫຼະເວລາອັນມີຄຸນຄ່າ ເພື່ອປະກອບສ່ວນທັງດ້ານກຳລັງແຮງ ແລະ ສະຕິປັນຍາເຂົ້າຮ່ວມເປັນສ່ວນໜຶ່ງໃນງານຄັ້ງນີ້ຢ່າງເປັນຂະບວນຟົດຟື້ນ ແລະ ປະສົບຜົນສຳເລັດຢ່າງຈົບງາມດ້ວຍ.

ດ້ວຍຄວາມເຄົາລົບ ແລະ ຮັກແພງ
ຕາງໜ້າສະມາຄົມນັກສຶກສາເຂດຄັນໂຕ

ສະໝັກໄດ້ທີ່ລິ້ງທາງລຸ່ມນີ້⬇️⬇️⬇️
📌📌📌ເລີ່ມແຕ່ມື້ນີ້ໄປຈົນເຖິງວັນທີ 30 ເມສາ 2025

https://forms.gle/BgPvX5oPnTeuVESW6

ຕິດຕໍ່ຂໍ້ມູນເພີ່ມເຕີມ:
1. ນາງ ທອງວັນ ອິນທະວົງ, Whatapp: +85620 78449542
080 3573-2755, Facebook: Thongvanh Inthavong
2. ນາງ ປາຕີ້ ຢ່າງ, Whatapp: +8562052202298, Facebook: p'party P'party Yang

ຕາງໜ້າຄະນະຈຸພັກນັກສຶກສາລາວ ພ້ອມດ້ວຍຄະນະອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກຳມະບານເຂດຄັນໂຕ ກໍຄືສະມາຄົມນັກສຶກສາລາວຢູ່ຍີ...
13/04/2025

ຕາງໜ້າຄະນະຈຸພັກນັກສຶກສາລາວ ພ້ອມດ້ວຍຄະນະອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກຳມະບານເຂດຄັນໂຕ ກໍຄືສະມາຄົມນັກສຶກສາລາວຢູ່ຍີ່ປຸ່ນປະຈຳເຂດຄັນໂຕ ໄດ້ເຂົ້າຮ່ວມພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023 ເຊິ່ງໄດ້ຈັດຂຶ້ນໃນວັນທີ 6 ກັນຍາ 2024 ທີ່ຜ່ານມາ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ເລຂາໜ່ວຍພັກສະຖານທູດ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ປະເທດຍີ່ປຸ່ນ.
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທັງແບບເຊິ່ງໜ້າ ແລະ ແບບອອນລາຍ. ເຊິ່ງໄດ້ອຳນວຍຄວາມສະດວກໃຫ້ແກ່ຄະນະທີ່ຢູ່ທາງໄກ ສາມາດເຂົ້າຮ່ວມໄດ້.
ໃນພິທີດັ່ງກ່າວ ໄດ້ຮັບຟັງບົດສະຫຼຸບຜົນງານທີ່ພົ້ນເດັ່ນໃນໄລຍະທີ່ຜ່ານມາ. ການໄດ້ຮັບນາມມະຍົດເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນຄັ້ງນີ້ ຖືເປັນຄັ້ງທໍາອິດຂອງໜ່ວຍພັກສະຖານທູດລາວ ທີ່ ໂຕກຽວ. ເຊິ່ງຖືເປັນບັນຍາກາດແຫ່ງຄວາມສຳເລັດ ແລະ ປຶ້ມປິຕິຍິນດີ.
ຕາງໜ້າຄະນະສະມາຄົມນັກສຶກສາວລາວຢູ່ຍີ່ປຸ່ນ ເຂດຄັນໂຕ ກໍຄືຕາງໜ້າສະມາຄົມນັກສຶກສາລາວປະຈຳປະເທດຍີ່ປຸ່ນຂໍສະແດງຄວາມຊື່ນຊົມ ແລະ ຍິນດີກັບຜົນສຳເລັດຄັ້ງນີ້ດ້ວຍ.

ຕາງໜ້າຄະນະສະມາຄົມນັກສຶກສາເຂດຄັນໂຕ

ໃນວັນທີ 4 ສິງຫາ​ 2024 ທີ່ຜ່ານມາ, ສະມາຄົມນັກສຶກສາລາວຢູ່ປະເທດຍີ່ປຸ່ນ ປະຈຳເຂດຄັນໂຕ ໄດ້ຈັດງານລ້ຽງສະຫຼຸບບຸນລາວປະຈຳປີ 2024 ແລະ...
12/04/2025

ໃນວັນທີ 4 ສິງຫາ​ 2024 ທີ່ຜ່ານມາ, ສະມາຄົມນັກສຶກສາລາວຢູ່ປະເທດຍີ່ປຸ່ນ ປະຈຳເຂດຄັນໂຕ ໄດ້ຈັດງານລ້ຽງສະຫຼຸບບຸນລາວປະຈຳປີ 2024 ແລະ ງານລ້ຽງສົ່ງນັກສຶກສາ ທີ່ສຳເລັດການສຶກສາໃນເດືອນກັນຍາ ປະຈຳສົກຮຽນນີ້. ເຊິ່ງໄດ້ຈັດຂຶ້ນທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ປະເທດຍີ່ປຸ່ນ.
ຈຸດປະສົງຫຼັກໃນງານຄັ້ງນີ້ແມ່ນເພື່ອສະຫຼຸບຜົນສຳເລັດ ແລະ ຖອດຖອນບົດຮຽນທີ່ໄດ້ຈາກບຸນລາວປະຈຳປີ 2024. ພ້ອມດຽວກັນນີ້ກໍເພື່ອສະແດງຄວາມຍິນດີກັບນັກສຶກສາທີ່ໄດ້ສຳເລັດໜ້າທີ່ຂອງຕົນຢ່າງສົມບູນ.
ງານດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມອົບອຸ່ນ ເບີກບານມ່ວນຊື່ນ ແລະ ມີຄວາມໝາຍ. ເຊິ່ງຖືເປັນອີກວາລະໂອກາດໃນການເຕົ້າໂຮມຄວາມສາມັກຄີ ສ້າງຄວາມຮັກແພງ ແລະ ຮັເແໜ້ນມິດຕະພາບ ລະຫວ່າງຄະນະສະມາຄົມນັກສຶກສາລາວ ກໍຄື ສະມາຊິກນັກສຶກສາດ້ວຍກັນ.
ຕາງໜ້າຄະນະສະມາຄົມນັກສຶກສາລາວ ຂໍສະແດງຄວາມຂອບໃຈມາຍັງສະມາຊິກນັກສຶກສາລາວ ປະຈຳເຂດຄັນໂຕ ກໍຄືສະມາຊິກນັກສຶກສາລາວຢູ່ຍີ່ປຸ່ນທຸກທ່ານທີ່ ເສຍສະຫຼະເວລາ ປະກອບສ່ວນທາງດ້ານເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນງານຈົນໄດ້ຮັບໝາກຜົນອັນຈົບງາມ. ຫວັງຢ່າງຍິ່ງວ່າ ພວກເຮົາຈະນຳເອົາບົດຮຽນທີ່ຖອດຖອນໄດ້ໃນຄັ້ງນີ້ໄປສືບຕໍ່ ແລະ ປັບໃຊ້ໃນງານຄັ້ງຕໍ່ໆໄປ.

住所

Minato-ku, Tokyo
106-0031

ウェブサイト

アラート

LSAJ(Lao Student Association in Japan)がニュースとプロモを投稿した時に最初に知って当社にメールを送信する最初の人になりましょう。あなたのメールアドレスはその他の目的には使用されず、いつでもサブスクリプションを解除することができます。

その団体に問い合わせをする

LSAJ(Lao Student Association in Japan)にメッセージを送信:

共有する

カテゴリー