Lao Students Association in Hungary

Lao Students Association in Hungary Lao Students Association in Hungary, Ifjúsági szervezet, Városligeti fasor 17-21, Budapest elérhetőségei, térképes helyadatai és útbaigazítási információi, kapcsolatfelvételi űrlapja, nyitvatartási ideje, szolgáltatásai, értékelései, fényképei, videói és közleményei.

21/08/2026

🇭🇺 ໄປແລ້ວບໍ? 🏛️

20–21 ສິງຫາ 2026 🇭🇺 ພິເສດສຸດໆ! ລັດຖະສະພາຮົງກາຣີ (Hungarian Parliament) ເປີດໃຫ້ເຂົ້າຊົມ ຟຣີ 🎟️✨

ໃຜຍັງບໍ່ໄດ້ໄປ ຢ່າພາດເດີ! ❤️🤍💚

🇭🇺❤️🤍💚 Boldog születésnapot, Magyarország! 🎉What a magical night in Budapest! ✨ Fireworks and an incredible drone show l...
20/08/2026

🇭🇺❤️🤍💚 Boldog születésnapot, Magyarország! 🎉

What a magical night in Budapest! ✨ Fireworks and an incredible drone show lighting up the sky on August 20, 2026. 🇭🇺🎆🚁

Proud to celebrate Hungary’s National Day! ❤️🤍💚

 #ວັນຊາດຮົງກາຣີ Google AI Plus ແຈກຟຣີ 1 ປີ ສຳລັບນັກສຶກສາ.ສິດທິປະໂຫຍດຫຼັກ: ໄດ້ຮັບພື້ນທີ່ Cloud 400GB, ສິດເຂົ້າເຖິງ Gemini...
20/08/2026

#ວັນຊາດຮົງກາຣີ
Google AI Plus ແຈກຟຣີ 1 ປີ ສຳລັບນັກສຶກສາ.
ສິດທິປະໂຫຍດຫຼັກ: ໄດ້ຮັບພື້ນທີ່ Cloud 400GB, ສິດເຂົ້າເຖິງ Gemini Omni/Live, ແລະ ເຄື່ອງມື AI ຊ່ວຍຮຽນແບບຈັດເຕັມ ຊ່ວຍເຮັດວຽກບ້ານ.

ເງື່ອນໄຂ: ຕ້ອງສະໝັກພາຍໃນວັນທີ 31 ທັນວາ 2026 ແລະ ຢືນຢັນສະຖານະນັກສຶກສາທຸກປີ. ຕ້ອງເພີ່ມຊ່ອງທາງຊຳລະເງິນຕອນສະໝັກ, ໂດຍຫຼັງຈາກໝົດ 1 ປີ ຈະຖືກເກັບເງິນ 189 ບາດ/ເດືອນ (ສາມາດຍົກເລີກກ່ອນໝົດອາຍຸໄດ້ທຸກເມື່ອ).

​ #ນັກສຶກສາ ່ວຍຮຽນ #ໃຊ້ຟຣີ1ປີ

17/08/2026

360° Sorporn City.
Thank you, Höök, for sharing and showcasing the beautiful moments of SH Students! 🇭🇺🎓

15/08/2026

ຈຳປາເມືອງລາວ Asean Day 2026, at Philippine Embassy in Hungary ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ Lao PDR Embassy to Hungary

🖤 ຄະນະນັກສຶກສາລາວ ທີ່ຮົງກາຣີ ຮ່ວມໄວ້ອາໄລໃນວັນທີ 11 ສິງຫາ 2026, ຄະນະນັກສຶກສາລາວ ຕາງໜ້ານັກສຶກສາລາວໃນຮົງກາຣີ ໄດ້ເຂົ້າເຊັນປຶ...
11/08/2026

🖤 ຄະນະນັກສຶກສາລາວ ທີ່ຮົງກາຣີ ຮ່ວມໄວ້ອາໄລ

ໃນວັນທີ 11 ສິງຫາ 2026, ຄະນະນັກສຶກສາລາວ ຕາງໜ້ານັກສຶກສາລາວໃນຮົງກາຣີ ໄດ້ເຂົ້າເຊັນປຶ້ມ ແລະ ໄວ້ອາໄລ ເພື່ອຮ່ວມໄວ້ອາໄລຕໍ່ການຈາກໄປຂອງ ທ່ານ ປອ. ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

ຂໍຮ່ວມແບ່ງປັນຄວາມໂສກເສົ້າ ແລະ ສົ່ງຄວາມອາໄລຢ່າງສຸດຊຶ້ງ ໄປຍັງຄອບຄົວ ແລະ ຍາດຕິພີ່ນ້ອງ.

ຂໍໃຫ້ດວງວິນຍານຂອງທ່ານ ຈົ່ງໄປສູ່ສຸຄະຕິ

#ໄວ້ອາໄລ #ນັກສຶກສາລາວທີ່ຮົງກາຣີ

10/08/2026

🎶 ຮ່ວມສົ່ງເສີມສຽງດົນຕີລາວ ໃນງານຄົບຮອບ 59 ປີ ASEAN 🇱🇦✨ເພງເຊິ້ງບັ້ງໄຟ

Philippine Embassy in Hungary ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ Lao PDR Embassy to Hungary

🖤ນັກສຶກສາລາວ ທີ່ຮົງກາຣີຂໍສະແດງຄວາມໄຫວ້ອາໄລຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ລຸງ ໄຊສົມພອນ ພົມວິຫານ,​ ກຳມະການກົມການເມືອງສູນກາງພັກ...
09/08/2026

🖤ນັກສຶກສາລາວ ທີ່ຮົງກາຣີ
ຂໍສະແດງຄວາມໄຫວ້ອາໄລຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ລຸງ ໄຊສົມພອນ ພົມວິຫານ,​ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.​ ຄຸນງາມຄວາມດີ, ຜົນງານອັນໂດດເດັ່ນ ແລະ ຄຸນສົມບັດທັດສະນະປະຕິວັດອັນໃສສະອາດຂອງລຸງ ທີ່ມີຕໍ່ພັກ-ລັດ ແລະ ປະເທດຊາດ ເປັນແບບຢ່າງທີ່ດີ ແລະ ຈະຖືກຈາລຶກໄວ້ຕະຫຼອດໄປ.
🙏ເພິ່ນຄືໂຕແບບທີ່ ປະເທດຊາດຕ້ອງການ ນັກສຶກສາພວກເຮົາເຄົາລົບຮັກ ຂໍໃຫ້ດວງວິນຍານຂອງ ລຸງ ໄຊສົມພອນ ພົມວິຫານ ຈົ່ງໄປສູ່ສຸຂະຕິ ດ້ວຍເຖີ້ນ.

🎶 ຮ່ວມສົ່ງເສີມສຽງດົນຕີລາວ ໃນງານຄົບຮອບ 59 ປີ ASEAN 🇱🇦✨ໃນວັນທີ 8 ສິງຫາ 2026 ທີ່ ສະຖານທູດຟິລິບປິນ ປະຈຳຮົງກາຣີ, ນັກສຶກສາລາວໄ...
09/08/2026

🎶 ຮ່ວມສົ່ງເສີມສຽງດົນຕີລາວ ໃນງານຄົບຮອບ 59 ປີ ASEAN 🇱🇦✨

ໃນວັນທີ 8 ສິງຫາ 2026 ທີ່ ສະຖານທູດຟິລິບປິນ ປະຈຳຮົງກາຣີ, ນັກສຶກສາລາວໄດ້ຮ່ວມສະແດງດົນຕີ ເພື່ອນຳສຽງດົນຕີ ແລະ ສີສັນວັດທະນະທຳລາວ ເຂົ້າຮ່ວມງານ “Commemorating the 59th Anniversary of ASEAN's Establishment: Strengthening Solidarity, Towards a Strong and Sustainable ASEAN Community.” 🎵🇱🇦

ງານດັ່ງກ່າວຈັດຂຶ້ນພາຍໃຕ້ການຮ່ວມເປັນເຈົ້າພາບຂອງສະຖານທູດປະເທດ ASEAN ໃນຮົງກາຣີ ປະກອບມີ 🇵🇭 ຟິລິບປິນ, 🇮🇩 ອິນໂດເນເຊຍ, 🇱🇦 ລາວ, 🇲🇾 ມາເລເຊຍ, 🇹🇭 ໄທ ແລະ 🇻🇳 ຫວຽດນາມ.
ພາຍໃນງານມີທັງ ການສະແດງສິລະປະ 🎭🎶 ແລະ ASEAN Food Zone 🍜 ທີ່ນຳສະເໜີອາຫານ, ດົນຕີ ແລະ ວັດທະນະທຳອັນຫຼາກຫຼາຍຂອງ ASEAN ໃຫ້ແກ່ແຂກຈາກນານາປະເທດ.
ການຮ່ວມສະແດງຂອງນັກສຶກສາລາວໃນຄັ້ງນີ້ ບໍ່ພຽງແຕ່ເປັນການນຳສະເໜີສຽງດົນຕີລາວ ແຕ່ຍັງເປັນອີກໜຶ່ງສ່ວນນ້ອຍໆທີ່ຊ່ວຍເຊື່ອມໂຍງ ວັດທະນະທຳ, ມິດຕະພາບ ແລະ ຄວາມສາມັກຄີ ຂອງປະຊາຄົມ ASEAN. 🤝
ສຽງດົນຕີຈາກລາວ ສູ່ເວທີ ASEAN. ❤️🎶

Cím

Városligeti Fasor 17-21
Budapest
1071

Értesítések

Ha szeretnél elsőként tudomást szerezni Lao Students Association in Hungary új bejegyzéseiről és akcióiról, kérjük, engedélyezd, hogy e-mailen keresztül értesítsünk. E-mail címed máshol nem kerül felhasználásra, valamint bármikor leiratkozhatsz levelezési listánkról.

A Szervezet Elérése

Üzenet küldése Lao Students Association in Hungary számára:

Parancsikonok

Megosztás