26/08/2026
🇱🇦 ກອງປະຊຸມສະຫຼຸບສິ້ນສຸດວາລະຄະນະນັກສຶກສາລາວ ສົກຮຽນ 2025–2026 ແລະ ເລືອກຕັ້ງຄະນະນັກສຶກສາລາວຊຸດໃໝ່ ສົກຮຽນ 2026–2027
ໃນວັນທີ 22 ສິງຫາ 2026, ຄະນະນັກສຶກສາລາວ ປະຈຳມະຫາວິທະຍາໄລການຄ້າຕ່າງປະເທດ (FTU) ໄດ້ຈັດກອງປະຊຸມສະຫຼຸບສິ້ນສຸດວາລະຄະນະນັກສຶກສາລາວ ສົກຮຽນ 2025–2026 ແລະ ເລືອກຕັ້ງຄະນະນັກສຶກສາລາວຊຸດໃໝ່ ສົກຮຽນ 2026–2027.
ກອງປະຊຸມໄດ້ສະຫຼຸບຜົນການດຳເນີນງານຂອງຄະນະຊຸດເກົ່າ, ພ້ອມທັງທົບທວນຜົນສຳເລັດ, ຂໍ້ຈຳກັດ, ບົດຮຽນ ແລະ ຂໍ້ສະເໜີແນະສຳລັບການດຳເນີນງານໃນວາລະຕໍ່ໄປ.
ກອງປະຊຸມກໍໄດ້ດຳເນີນການເລືອກຕັ້ງຄະນະນັກສຶກສາລາວຊຸດໃໝ່ ໂດຍມີຜູ້ສະໝັກຈຳນວນ 8 ທ່ານ. ການລົງຄະແນນດຳເນີນໄປດ້ວຍຄວາມເປັນລະບຽບ, ໂປ່ງໃສ ແລະ ຍຸດຕິທຳ ແລະ ຜົນການເລືອກຕັ້ງໄດ້ຮັບການຮັບຮອງເປັນເອກະພາບ.
🎉 ຄະນະນັກສຶກສາລາວ ຊຸດໃໝ່ ສົກຮຽນ 2026–2027
ທ່ານ ນ. ວົງວິຈິດຕາ ສີລິວົງ — ປະທານນັກສຶກສາ
ທ່ານ ສົມບູນ ຫຽນສະກຸນ — ຮອງປະທານນັກສຶກສາ, ຮັບຜິດຊອບວຽກງານພົວພັນສາກົນ ແລະ ວຽກງານການເຄື່ອນໄຫວນອກຫຼັກສູດ
ທ່ານ ນ. ສາຍນາລິນ ອຸ່ນມີໄຊ — ຄະນະນັກສຶກສາ, ຮັບຜິດຊອບວຽກງານການສຶກສາ
ທ່ານ ສົມບູນ ມຸກດາວັນ — ຄະນະນັກສຶກສາ, ຮັບຜິດຊອບວຽກງານຄຸ້ມຄອງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຫໍພັກ
ທ່ານ ທິບພະໄຊ ທິບມູນຕາລີ — ຄະນະນັກສຶກສາ, ຮັບຜິດຊອບວຽກງານສາທາລະນະສຸກ ແລະ ການເງິນ.
ພາຍໃນກອງປະຊຸມ ໄດ້ມີພິທີສົ່ງມອບໜ້າທີ່ຈາກຄະນະນັກສຶກສາຊຸດເກົ່າໃຫ້ແກ່ຄະນະຊຸດໃໝ່ ເເລະ ຄະນະຊຸດໃໝ່ໄດ້ກ່າວຮັບຕຳແໜ່ງ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດໜ້າທີ່ດ້ວຍຄວາມຊື່ສັດ, ຮັບຜິດຊອບ ແລະ ສ້າງຄວາມສາມັກຄີໃນໝູ່ນັກສຶກສາລາວ.
🙏 ຂໍຂອບໃຈຄະນະນັກສຶກສາລາວຊຸດເກົ່າ ສຳລັບຄວາມທຸ່ມເທ, ຄວາມເສຍສະຫຼະ ແລະ ຜົນງານຕະຫຼອດວາລະທີ່ຜ່ານມາ.
🌟 ເເລະ ຂໍສະແດງຄວາມຍິນດີຕໍ່ຄະນະນັກສຶກສາລາວຊຸດໃໝ່ ສົກຮຽນ 2026–2027!
ຂໍໃຫ້ຄະນະຊຸດໃໝ່ສາມັກຄີ, ຮ່ວມແຮງຮ່ວມໃຈ, ປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບ ແລະ ນຳພາກິດຈະກຳຂອງນັກສຶກສາລາວໃຫ້ບັນລຸຜົນສຳເລັດຕໍ່ໄປ.