20/07/2026
[English Text Below]
🏆✨ WE MADE IT! ທີມ MediKhong ຊະນະເລີດແລ້ວທຸກຄົນນນນ! 🎉🩵🌱
ມາແລ້ວ ມາແລ້ວວວ! ຂ່າວດີສຸດພາກພູມໃຈທີ່ຢາກມາແຊຣ໌ໃຫ້ທຸກຄົນຮ່ວມຍິນດີໄປນຳກັນ! 😍🙌🏻
ທີມ MediKhong (ມີດີຄອງ) ຂອງພວກເຮົາ ສາມາດຄວ້າລາງວັນຊະນະເລີດ Winner 🏆 ໃນເວທີ Eco-Challenge for Young Female Entrepreneurs 2026 ມາຄອບຄອງໄດ້ສຳເລັດແລ້ວ! 🥳🎉
ຈາກຈຸດເລີ່ມຕົ້ນທີ່ພວກເຮົາຕັ້ງໃຈຢາກ MediKhong Team -ຄວາມພະຍາຍາມຂອງ ພວກເຮົາປ່ຽນວັດສະພືດ → ໃຫ້ເປັນວັດສະດຸ → ສ້າງມູນຄ່າໃຫ້ຊຸມຊົນ "Turning environmental challenges into circular resources" ໃນມື້ນັ້ນມັນໄດ້ກາຍເປັນຄວາມຈິງ ໃນມື້ນີ້🥹💗!
ທີມ MediKhong ຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ສຸດ ທີ່ໄດ້ເປັນສ່ວນໜຶ່ງໃນການຂັບເຄື່ອນເສດຖະກິດໝຸນວຽນໃນ ສປປ ລາວ. (ບອກເລີຍວ່າຕື່ນເຕັ້ນ ແລະ ດີໃຈຈົນນ້ຳຕາຊິໄຫຼເລີຍຍຍ 😭💖)
ແຕ່ແນ່ນອນວ່າ ຄວາມສຳເລັດທີ່ຍິ່ງໃຫຍ່ຄັ້ງນີ້ ຈະເກີດຂຶ້ນບໍ່ໄດ້ເລີຍ ຫາກຂາດແຮງຊຸກຍູ້, ຄວາມເຊື່ອໝັ້ນ ແລະ ການສະໜັບສະໜູນທີ່ດີເລີດຈາກຫຼາຍໆຝ່າຍ. ພວກ ເຮົາຂໍຂອບໃຈຢ່າງສຸດຊຶ້ງ ແລະ ອົບອຸ່ນ ໄປຍັງ:
✨ ຂອບໃຈ ທີມງານ XMT (XM Technovator): ທີ່ຄອຍເປັນລົມໃຕ້ປີກ, ນຳພາການບົ່ມເພາະ, ຊ່ວຍເຫຼືອ, ຊີ້ແນະ ແລະ ດູແລເອົາໃຈໃສ່ອຳນວຍຄວາມສະດວກໃຫ້ພວກເຮົາຕະຫຼອດການເດີນທາງທີ່ແສນພິເສດນີ້. ຄວາມໃສ່ໃຈ ແລະ ຄວາມເປັນມືອາຊີບຂອງທີມງານ XMT ແມ່ນແຮງຜັກດັນໃຫ້ພວກເຮົາເຕີບໂຕ ແລະ ກ້າວຂຶ້ນມາຢືນໃນຈຸດນີ້ໄດ້ຢ່າງໝັ້ນໃຈ.
✨ ຂອບໃຈ Mentor: MR. ALOUNXAY NAPHAYVONG: ທີ່ຄອຍໃຫ້ຄຳປຶກສາຢ່າງໃກ້ຊິດ, ແບ່ງປັນປະສົບການແບບຈັດເຕັມ, ແລະ ທີ່ສຳຄັນແມ່ນ "ເຊື່ອໝັ້ນ" ໃນແນວຄິດນະວັດຕະກຳຂອງພວກເຮົາມາຕັ້ງແຕ່ມື້ທຳອິດທີ່ເລີ່ມຕົ້ນ.
✨ ຂອບໃຈ ໂຄງການ SCP Lao, ພາຍໃຕ້ Swisscontact ແລະ ກະຊວງກະຊິກຳ ແລະ ສິ່ງແວດລ້ອມ: ທີ່ໄດ້ສ້າງສັນໂຄງການດີໆແບບນີ້ຂຶ້ນມາ ເພື່ອຍົກລະດັບສັກກະຍະພາບ ແລະ ເປີດໂອກາດໃຫ້ຜູ້ປະກອບການຍິງລາວໄດ້ມີເວທີເຕີບໂຕຢ່າງຍືນຍົງ.
✨ ຂອບໃຈ ທີມງານມີເດຍ, ຄະນະກຳມະການ, ຜູ້ຊ່ຽວຊານ ແລະ ຜູ້ມີສ່ວນກ່ຽວຂ້ອງທຸກໆທ່ານ: ທັງເບື້ອງໜ້າ ແລະ ເບື້ອງຫຼັງ ທີ່ຄອຍຊ່ວຍເຫຼືອໃນທຸກໆດ້ານ ແລະ ສົ່ງພະລັງບວກ ພ້ອມທັງຄຳແນະນຳດີໆ ໃຫ້ພວກເຮົາສະເໝີມາ.
"ພວກເຮົາຈະບໍ່ຢຸດພັດທະນາ ແລະ ພ້ອມທີ່ຈະກ້າວຕໍ່ໄປເພື່ອປ່ຽນສິ່ງເສດເຫຼືອໃຫ້ກາຍເປັນຜະລິດຕະພັນທີ່ມີມູນຄ່າທາງເສດຖະກິດ ແລະ ສິ່ງແວດລ້ອມແບບຍືນຍົງ" 💪🏻🌿
🏆✨ WE MADE IT! Team MediKhong has won 1st Place! 🎉🩵🌱
Hey everyone! We have some incredibly exciting and proud news that we just can’t wait to share with you all! 😍🙌🏻
Our team, MediKhong, has officially won the Champion award 🏆 at the Eco-Challenge for Young Female Entrepreneurs 2026! 🥳🎉
What started as a passionate vision of "Turning environmental challenges into circular resources" has officially become a reality today! 🥹💗
The MediKhong team is deeply honored and proud to play a part in driving the circular economy forward in Lao PDR. (Honestly, we are so thrilled and happy we could cry! 😭💖)
Of course, this milestone would have been absolutely impossible without the endless encouragement, trust, and incredible support from so many partners.
We would like to express our deepest and most heartfelt gratitude to:
• ✨ XM Technovator (XMT) Team: For being the wind beneath our wings—guiding us through the incubation program, mentoring us, and facilitating everything throughout this remarkable journey.
• ✨ Our Mentor, MR. ALOUNXAY NAPHAYVONG: For your close guidance, sharing your invaluable experiences, and most importantly, believing in our innovative ideas from day one.
• ✨ The SCP Lao Project, implemented by Swisscontact and the Ministry of Agriculture and Forestry: For creating such an amazing platform to empower young Lao female entrepreneurs and providing us with a space to grow sustainably.
• ✨ The Media Team, Honorable Judges, Experts, and everyone involved: Both behind the scenes and on stage, for your continuous support, positive energy, and valuable feedback.
"We will never stop developing and are fully ready to move forward, converting environmental waste into valuable, eco-friendly products for a sustainable future." 💪🏻🌿
Stay tuned for our next exciting steps!